ແນະນຳບໍລິສັດ|ຫົວຂໍ້
ຫົວຂໍ້
ຄວາມຕື່ນເຕັ້ນລະທຶກໃຈທີ່ອາລິນາ ໃນວັນທີ16-17 ເດືອນ2 ປີ2017, ການເປີດພິທີງານສະແດງເທັກໂນໂລຈີສິ່ງແວດລ້ວມ ຄາວະສະກິສາກົນ 2017
ວັນທີ1ເດືອນ11ປີ2016
ປະທານບໍລິສັດ ທ່ານ ຢາມະມຸລະ ຫິໂລກິ ໄດ້ຖືກຄັດເລືອກໃຫ້ເປັນ ຮອງປະທານສະພາອຸດສາຫະກຳການຄ້າຄະວະສະກິ ( ປະທານຄືທ່ານ ຢາມະດະ ໂອສະ ມິຊຶ )
2016 ຢູ່ທີ່ສວນສາທາລະນະໂຢໂຢຄິ ທີ່ໂຕກຽວ ສະຖານທີ່ຈັດງານມະຫະກຳບຸນຂອງປະເທດລາວ, ເຊິ່ງໃນປີນີ້ທາງບໍລິສັດພວກເຮົາກໍ່ໄດ້ໃຫ້ການສະໜັບສະໜຸນ ເພື່ອເຂົ້າຮ່ວມໃນງານມະຫະກຳບຸນຂອງປະເທດລາວ ທີ່ຈັດຂຶ້ນໃນວັນທີ28-29ເດືອນ5ປີ2016 ( ບໍລິສັດພວກເຮົາແມ່ນໄດ້ເຂົ້າຮ່ວມຕັ້ງແຕ່ປີ 2014ເປັນຕົ້ນມາ ). ແລະກໍ່ເປັນທີ່ຍອມຮັບໃນການມີສ່ວນຮ່ວມເຂົ້າປະກອບສ່ວນແລະເຮັດກິດຈະກຳຮ່ວມກັບປະເທດລາວ, ເຊິ່ງຄັ້ງນີ້ ກໍ່ໄດ້ຮັບໃບຍ້ອງຍໍຂອບໃຈຈາກສະຖານທູດຂອງ ສປປລາວ ປະຈຳຍີ່ປຸ່ນທີ່ (ໂຕກຽວອະສະບຸ). ໃນຄັ້ງຕໍ່ໄປກໍ່ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຈາກບັນດາທ່ານ, ບວກກັບກຳລັງອັນເລັກນ້ອຍຂອງບໍລີິສັດພວກເຮົາ ເພື່ອການພົວພັນອັນແໜ້ນແຟ້ນເລິກເຊິ່ງກັບປະເທດລາວ.
ວັນທີ27ເດືອນ6ປີ2016 ພວກເຮົາໄດ້ຈັດການສຳມະນາ ຢູ່ທີ່ຫໍສະພາອຸດສະຫະກຳແລະການຄ້າຂອງຄາວະສະກິ ທີ່ຕຶກ KCCI ((ການສຳມະນາແມ່່ນເວົ້າເຖິງເສດຖະກິດການລົງທຶນໃນ5ປະເທດລຸ່ມແມ່ນ້ຳຂອງໂດຍເນັ້ນໃສ່ປະເທດລາວ)). ຕາງໜ້າໂດຍທ່ານປະທານອໍານວຍການບໍລິສັດ ທ່ານ ຫິໂລກິ ຢະມະມຸລະ, ທ່ານໃຊ້ເວລາ25ນາທີໃນການບັນລະຍາຍຫົວຂໍ້ (ການກ້າວໄປສູ່ຕ່າງປະເທດຂອງອຸດສະຫະກຳຂະໜາດນ້ອຍ), ຊິ່ງມີບັນດາຜູ້ເຂົ້າຮ່ວມຮັບຟັງການສຳມະນາກ່ວາ100ທ່ານດ້ວຍກັນ.

ວັນທີ5ເດືອນ4ປີ2016 ພ້ອມກັນການຂະຫຍາຍຕົວທຸລະກິດໃໝ່, ໂດຍໄດ້ຈັດພິທີບູຊາວາງຊິລາເລີກເພື່ອການສ້າງສາງສິນຄ້າແລະຫໍພັກໃໝ່ ທີ່ເຂດຄະວະສະກິ, ເມືອງອະສະດະ

ບັນຍາກາດພິທີບູຊາ ໃນຕອນເຊົ້າວັນທີ5ເດືອນ4 ວັນມະຫາມົງຄຸນ

ທ່ານເຈົ້າອາວາດແລະເຈົ້າພາບຈັດງານ(ໂຕໂຢໂຣໄຊ)
ບັນດາຜູ້ເຂົ້າຮ່ວມທີ່ກ່ຽວພັນກັບບໍລິສັດ

ຜົນສຳເລັດຕາມການຄາດໝາຍ
ພວກເຮົາຍັງໄດ້ເຂົ້າຮ່ວມ ງານເພື່ອສິ່ງແວດລ້ອມ ຄາວະສະກິສາກົນ ອີຊເທັກແຟ ໃນວັນທິ18-19 ເດືອນ2 ປີ2016

ໃນການມີສ່ວນຮ່ວມໃນງານ ເພື່ອສິ່ງແວດລ້ອມ ຄະວະສະກິສາກົນ(ຈາກທາງຊ້າຍກໍ່ແມ່ນພະນັກງານຄົນລາວ ຈັນທະປັນຍາ, ທ່ານ ຫິໂຣກິ ຢາມະມຸລະ , ແລະຫົວໜ້າສາຂາທີ່ປະເທດລາວ ໂຄບະຢະຊິ)

ຢູ່ທີ່ຫ້ອງວາງສະແດງຂອງໂຕໂຢໂລໄຊ (ຈາກທາງຊ້າຍ, ທ່ານປະທານ ຫິໂລກິ ຢາມະມຸລະ , ທ່ານຜູ້ວ່າການແທນທ່ານທູດຂອງລາວ ສົມສະໜຸກ ວົງສັກ, ທ່ານປະທານ ສະພາອຸດສາຫະກຳແລະການຄ້າ ຂອງຄະວະສະກິ ຢາມະດະ)

ຢູ່ທີ່ບູດທ໌ຂອງໂຕໂຢໂລໄຊ (ເຈົ້າເມືອງຄາວາສະກິ ຟຸຄຸດະ, ປະທານ ຢາມະມຸລະ)
ປີ2016, ທ່ານປະທານຂອງພວກເຮົາໄດ້ຖາຍທອດອອກອາການທາງສະຖານີໂທລະພາບຊ່ອງອາຊາຫິ ໃນວັນທີ5ເດືອນມັງກອນ

ການສະແດງຄວາມຄິດເຫັນທີ່ຂ້ອນຂ້າງຟັງຍາກ * ເສດຖະກິດເລີ່ມຈະດີຂຶ້ນ * ຈາກຜູ້ເຂົ້າຮ່ວມ *ງານລ້ຽງປີໃໝ່* ຂອງຜູ້ປະກອບການຂະໜາດນ້ອຍ ແລະຂະໜາດກາງຢູ່ທີ່ຄະວະສະກິ.
ປະທານບໍລິສັດຂອງພວກເຮົາ CEO-H. ທ່ານ ຢາມາມຸຣະ ໄດ້ໃຫ້ສຳພາດທາງໂທລະພາບວ່າ (ການກ່າວເຖິງລູກສອນໃນ * ອະເບະໂນມີກສ໌* ແມ່ນລູກສອນທໍາອິດຂອງສາມລູກສອນແມ່ນເລັງໄປທີ່ບໍລິສັດຂະໜາດໃຫຍ່ທີ່ສຳຄັນ).
ສັນຍາລັກ: * ສາມລູກສອນ* = ຄຳເວົ້າເກົ່າຂອງຄົນຍີ່ປຸ່ນ (ສຸພາສິດ) ຈາກຜູ້ບັນຊາການທະຫານ * ຊະມຸໄຣ ໂມຣິ* ຈາກຫລາຍຮ້ອຍປີຜ່ານມາ. ໝາຍຄວາມວ່າ ລູກສອນທິນເນີຈະຍັງຄົງແຂງແກ່ນ, *ແຂງແກ່ນໃນ3 ແຕ່ອ່ອນແອໃນ1*
* ອະບິໂນມີກສ໌* = ເສດຖະກິດ. ມາດຕະການຄ້ອນທຸບຫີນອອກໂດຍ ທ່ານ ເອເບະ (ນາຍົກລັດຖະມົນຕີຍິ່ປຸ່ນ)
ການຟື້ນຕົວຂອງເສດຖະກິດຮຽກຣ້ອງຢູ່ 3 ແລະກໍ່ຍັງບໍ່ພຽງກັບ1 ຂອງນະໂຍບາຍທາງດ້ານການເມືອງ.